ຫລັງຈາກທີ່ພັນລາວມາຮອດປີທີ 3 ແລ້ວທາງເວັບໄຊຈຶ່ງຈັດກິດຈະກຳໃຫ້ສະມາຊິກໄດ້ອອກແບບເສື້ອເພື່ອໃຊ້ເປັນເສື້ອພັນລາວ 3 ແລະຕອນນີ້ກໍເຖິງເວລາໂຫລດເລືອກກັນແລ້ວ ເຊິ່ງແບບເສື້ອທັງຫມົດມີດ້ວຍກັນ 27 ແບບ.
—> ໄດອະຣີ່
—> ເວັບບອດ
—> ແບບສຳຫລວດ
ຊ່ວງນີ້ບໍ່ໄດ້ອັບເດດບລັອກນີ້ເປັນເວລາໂດນນນນນນນນນນນນດົນນນນລະ ເນື່ອງຈາກບໍ່ມີເວລາ ບວກກັບການຕ້ອງໄປງົມກັບ http://graphicme.com ເລີຍບໍ່ໄດ້ໂພສເລື່ອງລາວຂອງພັນລາວລົງບລັອກນີ້ເລີຍ. ເອົາເປັນວ່າຕໍ່ຈາກນີ້ຈະຫາເວລາໂພສແຕ່ເລື່ອງທີ່ສຳຄັນໆ ແລະ ເລື່ອງກິດຈະກຳຕ່າງໆ ກໍຄົງຕ້ອງໄດ້ຍົກເລີກແບບບໍ່ມີກຳນົດ. ວ່າຈະລຶບບລັອກນີ້ຖິ້ມກໍເສຍດາຍ ຄ່ອຍໆໄປລະກັນ.
ການສົນທະນາຊຸດນີ້ມີນັກສະແດງສົມທົບ ທີ່ຄາດວ່າຈະໄດ້ເຂົ້າຊິງສາຂານັກສະແດງສົມທົບດີເດັ່ນແຫ່ງປິ ກ້າກກກກກກກກກ ເຫດເກີດເມື່ອສາວເຈົ້າແຄ້ນຝັງຫຸ່ນເລື່ອງຖືກເວັບມາສຯເພີ່ນແນະນຳເລື່ອງການຂຽນພາສາລາວ ເພີ່ນກໍເລີຍຟິວຂາດ ໄປຂຽນໄດຯຂຶ້ນດ້ວຍບັນຊີສະມາຊິກໃຫມ່ (http://punlao.com/halowin/diary/11177/) ໃນກ່ອງສົນທະນາກໍມີພະອົງຫນຶ່ງຖາມເວັບມາສຯວ່າ “ເຂົ້າໃຈຄວາມຫມາຍຂອງໄດຯນັ້ນບໍ່ຫຫັ່ນ ?” ປະມານນີ້, ແຕ່ຄຳຕອບຈາກເວັບມາສຯ ອາດຈະເຫນືອຄວາມຄາດຫມາຍແກ່ພະສົງອົງນັ້ນ ເວັບມາສຯຕອບວ່າ “ຮູ້ຮອດວ່າແມ່ນພາສຸກເປັນຄົນຂຽນພຸ່ນນະ” ແລ້ວສາວເຈົ້າກໍອອກມາຍອມຮັບ ພ້ອມກັບສັງເຄາະດຣາມ່າອອກມາເປັນຈຳນວນຫລວງຫລາຍ
……………………………………………………………………………………..
໐໙:໓໒ DoTar: ຮ່າາາາາ
໐໙:໓໓ PHOYLIN: ມີຫົວເລັກນ້ອຍ
໐໙:໓໕ Dhammavariety: ຈະເລີນພອນຕອນເຊົ້າ
໐໙:໓໗ DoTar: ເດ ມາແລ້ວວວວວວວວວວວວວວວວວວວວວ ນະມັສການ ພຣະຄຸນຈ້າວວວວ
໐໙:໓໘ DoTar: ພຣະ ເວົ້າ good morning ບໍ່ໄດ້ບໍ
໐໙:໓໙ Dhammavariety: ໄດ້ຢູ່ ແລ້ວຊິຫາວ່າໄຮໂຊ ເກີນໄປ
໐໙:໓໙ Dhammavariety: ກິນເຂົ້າ ກິນນ້ຳແລ້ວບໍ່? ທ່ານທັ້ງຫລາຍ ແລະທ່າຕ້າ
ມັນຕະຫລົກດີເລີຍ ເກັບຕົກມາຝາກ
———————————————————————————–
໒໓:໐໒ TamLaozaa: ເຫງົານອນ
໒໓:໐໒ boeplx: ຮູ້ເວບກ່ຽວກັບນ້ຳປະປາບໍ່ບອກແດ່
໒໓:໐໓ TamLaozaa: ເປັນຫຍັງ
໒໓:໐໓ Dhammavariety: ບໍ່ທັນນອນເນາະ ນັກແຊັດທັ້ງຫລາຍ
໒໓:໐໓ TamLaozaa: ກ໋ອກມັນເປີດນ້ຳອອກບໍ່ສະດວກຫວາ
໒໓:໐໓ TamLaozaa: ແນວນີ້ລະຄູບາ
໒໓:໐໓ boeplx: ຊິເບິງ່ວັນສ້າງຕັ້ງນ້ຳປະປາລາວນາ
໒໓:໐໓ laetui: ຫັ້ນລະບໍ່ໄດ້ອານາໄມມັນ
໒໓:໐໔ TamLaozaa: ກະດຽວວ່າເຂົາໃຫ້ໃຊ້ທຸກມື້ຕົວະກ໋ອກນ້ຳຫັ້ນນະ
໒໓:໐໔ boeplx: ນ້ຳກ໋ອກຂ້ອຍຍັງອອກດີຢູ່
໒໓:໐໔ laetui: ບໍ່ມີເວັບຕິ ນ້ຳປະປາລາວ
໒໓:໐໔ laetui: ຫລືວ່າມີ
໒໓:໐໔ Mar3h: !gn
໒໓:໐໔ Mar3h: ເງິນໝົດ
໒໓:໐໔ Dhammavariety: ບໍ່ມີຫລອກ
໒໓:໐໔ TamLaozaa: ບບເອ
໒໓:໐໔ Dhammavariety: ຂະໜາດ ກະຊວງ ຫລາຍກພຊວງຍັງບໍ່ມີເວບເລີຍ
໒໓:໐໕ Dhammavariety: ບໍ່ໜ້າເປັນໄປໄດ້ ນະ
໒໓:໐໕ PhoeniXTeN: http://www.nampapalao.com/
໒໓:໐໕ TamLaozaa: ກ້າກກກ
໒໓:໐໕ TamLaozaa: ມີເສີຍ
໒໓:໐໖ laetui: ເຂົາພັດທະນາແລ້ວ
໒໓:໐໖ boeplx: ຂອບໃຈ
໒໓:໐໖ PhoeniXTeN: impossible is nothing 😉
໒໓:໐໖ Dhammavariety: ກະຊວງປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບນຳເດີ
໒໓:໐໗ Dhammavariety: ຢາກຮູ້ເວບ ກະຊວງພາຍໃນ ນ່າ ໃຜຮູ້ແນ່ ບອກພະເອົາບຸນເເດດູ
໒໓:໐໘ JuBujUbU: ຄູບາ ເປັນຕາຈຳວັດລະຕິເນາະ ເດິການິລະ
໒໓:໐໘ JuBujUbU: ເດິກປານນີ້
໒໓:໐໘ PNT: ແມ່ນ ຍັງບໍ່ຈຳວັດປານນີ້
໒໓:໐໘ au8ust: ອ້ຽງບໍ່ຮູ້ຫຍັງ
໒໓:໐໘ boeplx: ຄູບາຫຼືວ່າຊິຈຳຄຸກເດິກປານນີ້ລະ
໒໓:໐໙ au8ust: ຄູບາບາງອົງ ຢູ່ຊອດແຈ້ງກໍມີ 🙂
໒໓:໐໙ laetui: ຄວາມຮູ້ໃຫມ່
໒໓:໐໙ au8ust: ເປີດ youtube ຟັງເພງນຳ ຢ້ານວ່າຊິເທດນຳບໍ່ທັນໂຍມ
໒໓:໐໙ au8ust: ມີການລົມໂທລະສັບນຳແມ່ອອກອີກ ຫະຫະ
໒໓:໑໐ javentra: ຢາກກເຂົ້າເດ
໒໓:໑໐ JuBujUbU: 555555555555+
໒໓:໑໐ laetui: ປີໃຫມ່ໄປຫລີ້ນຫລວງພະບາງບໍ່
໒໓:໑໐ JuBujUbU: ຂ້ອຍກໍ່ຢາກເຂົ້າຄືກັນ
໒໓:໑໐ au8ust: ທຳມະດາ ໃນພະວິໄນບໍ່ໃຫ້ລົມກັບແມ່ອອກໃນທີ່ລັບຫູລັບຕາຄົນ
໒໓:໑໑ boeplx: ໄປໃສຊັ້ນນະເຂົ້າຄືບໍ່ໃຫ້ເຂົ້າ
໒໓:໑໑ javentra: ຢາກກິນເຂົ້າເດ
໒໓:໑໑ au8ust: ແຕ່ສະໄໝນີ້ ແນວໃດກໍມີ ຫະຫະ
໒໓:໑໑ Dhammavariety: ຮ່າໆໆໆໆ
໒໓:໑໑ Dhammavariety: ລັບຕາຊະບໍ ຢູ່ນີ້
໒໓:໑໑ au8ust: ຫົວປານຄຣາວາສ
ຫລັງຈາກຕັ້ງກະທູ້ ແລ້ວເອົາໄປສ້າງແບບສຳຫລວດແລ້ວ ຜູ້ທີ່ໄດ້ຜົນໂຫວດຫລາຍທີ່ສຸດແມ່ນ NeWLiFe
>> ເຂົ້າເບິ່ງແບບສຳຫລວດ ຮ່ວມໂຫວດສຳນວນໃຫ້ກຳລັງໃຈ
໑໐ ແບບສຳຫລວດທຳອິດ(ທີ່ຍັງຄົງມີຊີວິດຢູ່)ຂອງພັນລາວ
ຄົ້ນແບບສຳຫລວດດ້ວຍ http://punlao.com/polls_list.php
ສຳຫລັບປະຈຳເດືອນນີ້ແມ່ນການປະກວດ ສຳນວນໃຫ້ກຳລັງໃຈ ພາຍໃຕ້ຫົວຂໍ້ :
“ຊີວິດບໍ່ສີ້ນ ກໍດິ້ນກັນໄປ”
>> ເຂົ້າເບິ່ງກະທູ້ ກິດຈະກຳພັນລາວປະຈຳ ເດືອນມັງກອນ
ກ່ອນອື່ນຕ້ອງຂໍທັກທາຍທຸກໆຄົນທີ່ຕິດຕາມ ພັນລາວ ຜ່ານທາງ Punlao Story 😀 ແລະກໍຂໍອວຍພອນໃຫ້ ສົມຫວັງສົມປາຖະຫນາ ໃນສິ່ງທີ່ດີໆກັນທຸກຖ້ວນຫນ້າ.
ໃນປີ 2010 ນີ້ Punlao Story ຈະໄດ້ເພີ່ມຫມວດ Punlao People ແລະ ອີກຫົວຂໍ້ຫນຶ່ງຄື Punlao Activity beta ຈະເປັນໄປໄດ້ດ້ວຍດີ ຫລື ລົ້ມບໍ່ເປັນທ່າ ກໍຕ້ອງຕິດຕາມກັນຕໍ່ໄປ 😉