ມັນຕະຫລົກດີເລີຍ ເກັບຕົກມາຝາກ
———————————————————————————–
໒໓:໐໒ TamLaozaa: ເຫງົານອນ
໒໓:໐໒ boeplx: ຮູ້ເວບກ່ຽວກັບນ້ຳປະປາບໍ່ບອກແດ່
໒໓:໐໓ TamLaozaa: ເປັນຫຍັງ
໒໓:໐໓ Dhammavariety: ບໍ່ທັນນອນເນາະ ນັກແຊັດທັ້ງຫລາຍ
໒໓:໐໓ TamLaozaa: ກ໋ອກມັນເປີດນ້ຳອອກບໍ່ສະດວກຫວາ
໒໓:໐໓ TamLaozaa: ແນວນີ້ລະຄູບາ
໒໓:໐໓ boeplx: ຊິເບິງ່ວັນສ້າງຕັ້ງນ້ຳປະປາລາວນາ
໒໓:໐໓ laetui: ຫັ້ນລະບໍ່ໄດ້ອານາໄມມັນ
໒໓:໐໔ TamLaozaa: ກະດຽວວ່າເຂົາໃຫ້ໃຊ້ທຸກມື້ຕົວະກ໋ອກນ້ຳຫັ້ນນະ
໒໓:໐໔ boeplx: ນ້ຳກ໋ອກຂ້ອຍຍັງອອກດີຢູ່
໒໓:໐໔ laetui: ບໍ່ມີເວັບຕິ ນ້ຳປະປາລາວ
໒໓:໐໔ laetui: ຫລືວ່າມີ
໒໓:໐໔ Mar3h: !gn
໒໓:໐໔ Mar3h: ເງິນໝົດ
໒໓:໐໔ Dhammavariety: ບໍ່ມີຫລອກ
໒໓:໐໔ TamLaozaa: ບບເອ
໒໓:໐໔ Dhammavariety: ຂະໜາດ ກະຊວງ ຫລາຍກພຊວງຍັງບໍ່ມີເວບເລີຍ
໒໓:໐໕ Dhammavariety: ບໍ່ໜ້າເປັນໄປໄດ້ ນະ
໒໓:໐໕ PhoeniXTeN: http://www.nampapalao.com/
໒໓:໐໕ TamLaozaa: ກ້າກກກ
໒໓:໐໕ TamLaozaa: ມີເສີຍ
໒໓:໐໖ laetui: ເຂົາພັດທະນາແລ້ວ
໒໓:໐໖ boeplx: ຂອບໃຈ
໒໓:໐໖ PhoeniXTeN: impossible is nothing
໒໓:໐໖ Dhammavariety: ກະຊວງປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບນຳເດີ
໒໓:໐໗ Dhammavariety: ຢາກຮູ້ເວບ ກະຊວງພາຍໃນ ນ່າ ໃຜຮູ້ແນ່ ບອກພະເອົາບຸນເເດດູ
໒໓:໐໘ JuBujUbU: ຄູບາ ເປັນຕາຈຳວັດລະຕິເນາະ ເດິການິລະ
໒໓:໐໘ JuBujUbU: ເດິກປານນີ້
໒໓:໐໘ PNT: ແມ່ນ ຍັງບໍ່ຈຳວັດປານນີ້
໒໓:໐໘ au8ust: ອ້ຽງບໍ່ຮູ້ຫຍັງ
໒໓:໐໘ boeplx: ຄູບາຫຼືວ່າຊິຈຳຄຸກເດິກປານນີ້ລະ
໒໓:໐໙ au8ust: ຄູບາບາງອົງ ຢູ່ຊອດແຈ້ງກໍມີ
໒໓:໐໙ laetui: ຄວາມຮູ້ໃຫມ່
໒໓:໐໙ au8ust: ເປີດ youtube ຟັງເພງນຳ ຢ້ານວ່າຊິເທດນຳບໍ່ທັນໂຍມ
໒໓:໐໙ au8ust: ມີການລົມໂທລະສັບນຳແມ່ອອກອີກ ຫະຫະ
໒໓:໑໐ javentra: ຢາກກເຂົ້າເດ
໒໓:໑໐ JuBujUbU: 555555555555+
໒໓:໑໐ laetui: ປີໃຫມ່ໄປຫລີ້ນຫລວງພະບາງບໍ່
໒໓:໑໐ JuBujUbU: ຂ້ອຍກໍ່ຢາກເຂົ້າຄືກັນ
໒໓:໑໐ au8ust: ທຳມະດາ ໃນພະວິໄນບໍ່ໃຫ້ລົມກັບແມ່ອອກໃນທີ່ລັບຫູລັບຕາຄົນ
໒໓:໑໑ boeplx: ໄປໃສຊັ້ນນະເຂົ້າຄືບໍ່ໃຫ້ເຂົ້າ
໒໓:໑໑ javentra: ຢາກກິນເຂົ້າເດ
໒໓:໑໑ au8ust: ແຕ່ສະໄໝນີ້ ແນວໃດກໍມີ ຫະຫະ
໒໓:໑໑ Dhammavariety: ຮ່າໆໆໆໆ
໒໓:໑໑ Dhammavariety: ລັບຕາຊະບໍ ຢູ່ນີ້
໒໓:໑໑ au8ust: ຫົວປານຄຣາວາສ
໒໓:໑໑ Dhammavariety: ເວົ້າຫຍັງເຂົາເຫັນໝົ້ດ
໒໓:໑໑ au8ust: ຄວາມສັງຮວມກາຍໃຈ ຈັກໄປຢູ່ໃສ
໒໓:໑໑ PNT: :003:
໒໓:໑໑ javentra: ຄິດຮອດໃຈຈະຂາດຢູ່ແລ້ວ
໒໓:໑໑ au8ust: ບໍ່ຮູ້ຮອດອ່ານໃຫ້ລະອຽດວ່າຂຽນຫຍັງ
໒໓:໑໑ laetui: ຖ້າມາແຊັດ ມັນບໍ່ຜິດສິນຫວາ
໒໓:໑໒ Dhammavariety: ຮູນແຮງ ແລ້ວບ໋ອສ
໒໓:໑໒ Dhammavariety: ຂື້ນກັບ ຈຸດປະສົງ ເປັນຫລັກ
໒໓:໑໒ au8ust: ເວົ້າແຕ່ທັມວິໄນລ້ວນໆ ຮຸນແຮງແນວໃດ
໒໓:໑໒ laetui: ໂອ
໒໓:໑໒ meomeocute: ?
໒໓:໑໒ Dhammavariety: ສຳຄັນຢູ່ທີ່ ເຈຕະນາ
໒໓:໑໒ Dhammavariety: ຜິດຂໍ້ໄດ ລັບຫູ ລັບຕາ
໒໓:໑໓ javentra: ຢາກຮ້ອງດັງໆວ່າ ຮັກເດີ
໒໓:໑໓ au8ust: ແມ່ນຫຍັງມາຖາມຄຣາວາສວ່າຜິດຂໍ້ໃດ ຫະຫະ ເປັນພະໜ້າຈະຮູ້ດີກວ່າອີກ
໒໓:໑໓ ETarBank: ອ້ຽງໜັງນີ້ຊິເບິ່ງໄດ້ຢູ່ໃສ ? http://eternalmessage.files.wordpress.com/2008/07/404px-contact_ver21.jpg
໒໓:໑໓ Dhammavariety: ຢາກຮູ້ ນ່າ
໒໓:໑໓ Dhammavariety: ວ່າຄົນມາທ້ວງຮູ້ຊ່ຳໄດ
໒໓:໑໓ javentra: ຮັກກັນຢູ່ທີ່ຫົວໃຈ
໒໓:໑໔ Dhammavariety: ທີ່ຖາມບໍ່ໝາຍວ່າ ເຮົາບໍ່ຮູ້
໒໓:໑໔ JuBujUbU: :003:
໒໓:໑໔ Dhammavariety: ແຕ່ຢາກຮູ້ຄົນທີ່ຕັ້ງຄຳຖາມ ວ່າຮູ້ຊ່ຳໄດມາເວົ້າຫັ້ນ
໒໓:໑໔ au8ust: ບໍ່ຮູ້ຫຼາຍດອກ
໒໓:໑໔ PNT: ນິນ :003:
໒໓:໑໕ ETarBank: ເປັນຫຍັງອ້ຽງ
໒໓:໑໕ ETarBank: ຢ່າຕອບເດີ ວ່າເປັນຄົນງາມນະ
໒໓:໑໕ JuBujUbU: 55555555555555555
໒໓:໑໕ ETarBank: ຮູ້ແລ້ວລະອິອິ
໒໓:໑໕ Dhammavariety: ການທີ່ເຮົາ ຈະທ້ວງ ວິຈານຕ້ອງຮູ້ເຂົ້າໃຈ ແລະຫລັກຖານ ເປັນຫລັກ
໒໓:໑໖ Dhammavariety: ບໍ່ແມ່ນຊິມາ ວິຈານແບບລອຍໆ ໂດຍບໍ່ມີຫລັກ
໒໓:໑໖ PhoeniXTeN: ຫັ່ນລະ ຢ່າງຫນ້ອຍ au8ust ກໍເຄີຍບວດຊື່ໆ
໒໓:໑໖ au8ust: ເຫັນຄູບາສ່ວນຫຼາຍກໍມັກເວົ້າແນວນັ້ນໝົດລະ
໒໓:໑໗ Dhammavariety: ເວົ້າແບບນີ້ ຄູບານັບຖືເດີ ບ໋ອສ
໒໓:໑໗ Java: ສະຖານະການເຄັ່ງຕຶງ
໒໓:໑໗ Dhammavariety: ມັກຄົນວິຈານ ເເບໜ້າຕໍ່ໜ້າ
໒໓:໑໗ Dhammavariety: ຄັກຫລາຍໆ
໒໓:໑໗ Dhammavariety: ບໍ່ໄດ້ເຄັງນ່າ
໒໓:໑໗ Dhammavariety: ເວົ້າໄປ ທຳມະດາ
໒໓:໑໗ JuBujUbU: 55555555555555
໒໓:໑໘ Dhammavariety: ໂອລົມ ເສີມຄວາມຮູ້ກັນໄປທຳມະດາ
໒໓:໑໘ Dhammavariety: ຄົນລາວເຮົາຕ້ອງຮັກສານ້ຳໃຈກັນໄວ້
໒໓:໑໘ PNT: ຄູບາເຄີຍຮຽນຢູ່ວັດຫລວງ?
໒໓:໑໘ ETarBank: ອ້ຽງຍັງບໍ່ຕອບເລີຍເລື່ອງໜັງ
໒໓:໑໘ Java: ຂ້ານ້ອຍຂໍຟັງນຳແດ່
໒໓:໑໘ Dhammavariety: ແມ່ນລະ
໒໓:໑໘ PNT: ຄູບາບວດໄດ້ຈັກພັນສາແລ້ວ
໒໓:໑໙ JuBujUbU: ຍັງບໍ່ໄດ້ເຂົ້າໄປເບ່ິ່ງ
໒໓:໑໙ JuBujUbU: ເອົາມາໃຫມ່ອ້າຍ
໒໓:໑໙ ETarBank: ຫວາ
໒໓:໒໐ ETarBank: ແລ້ວໄປ
໒໓:໒໐ ETarBank: ຂອບໝົກຂອບໃຈ !555
໒໓:໒໐ JuBujUbU: ເອົາມາໃຫມ່
໒໓:໒໐ Dhammavariety: ຄູບາ ບໍ່ມີຄວາມຮູ້ຫລອກ
໒໓:໒໐ Dhammavariety: ຮຽນມ4 ຈົນຈົບມ6
໒໓:໒໐ Dhammavariety: ແລກປ່ຽນກັນ ພໍ່ອອກ
໒໓:໒໑ Dhammavariety: ບວດໄດ້ 3 ພສ
໒໓:໒໑ laetui: :s19:
໒໓:໒໑ ETarBank: ຂໍເລກຫວາຫັ້ນແຫຼ້
໒໓:໒໒ Dhammavariety: ແມ່ອອກຢູ່ໄສ?
໒໓:໒໒ Dhammavariety: ຂໍພະ ກະບໍ່ມີໃຫ້ເດີ
໒໓:໒໒ ETarBank: ຮາາາາ
໒໓:໒໒ Dhammavariety: ມີແຕ່ 191 ເດີ
໒໓:໒໒ ETarBank: ນະມັດສະການອາຈານ
໒໓:໒໓ Dhammavariety: ຍາມມີບັນຫາຫຍັງ ກະໂທໄປເລີຍ
໒໓:໒໓ ETarBank: ___/\__
໒໓:໒໓ Dhammavariety: ຈະເລີນພອນ ແມ່ອອກ ຫລືພໍ່ອອກເດບາດນີ້
໒໓:໒໓ Dhammavariety: 55555
໒໓:໒໓ laetui: 5555
໒໓:໒໓ Dhammavariety: ດ່ຽວດູໂປໄຟ ກ່ອນ
໒໓:໒໓ ETarBank: ເປັນທ້າວ
໒໓:໒໓ ETarBank: ຮາາາ
໒໓:໒໓ laetui: ເຮົາບໍ່ມັກຫລີ້ນຫວຍ
໒໓:໒໓ Dhammavariety: ຢ່າບອກໄດ ວ່າຫລີ້ນແຕ່ເລກ
໒໓:໒໓ laetui: ຖ້າເວົ້າເລື່ອງຫວຍລະ ໄປໄກໆ
໒໓:໒໔ ETarBank: ໄກຊຳໃດກະນຳໄປຊື້ ຕິ
໒໓:໒໔ ETarBank: !555
໒໓:໒໔ Dhammavariety: ແຮະໆ
໒໓:໒໔ laetui: ຫລີ້ນແຕ່ສາວ
໒໓:໒໔ Dhammavariety: ຫົວໜ້າໄປໄສແລ້ວ
໒໓:໒໕ PNT: ….
໒໓:໒໕ laetui: :051:
໒໓:໒໕ ETarBank: ຂໍລາລົມໝົດທຸກຄົນເດີບາດນິ
໒໓:໒໕ ETarBank: ແຫຼ້ ບໍ່ແມ່ນຕ້ຳລັບຄາເດີ່ນຫຍ້າລະຫວາ
໒໓:໒໕ laetui: ຝັນດີ
໒໓:໒໕ laetui: 5555
໒໓:໒໖ ETarBank: ບ່າຍໆທຸກຄົນ
໒໓:໒໖ laetui: ສົງໃສຢູ່
໒໓:໒໖ ETarBank: ຂໍຄວາມໂຊກດີຈົ່ງເປັນຂອງຂ້າພະເຈົ້າ
໒໓:໒໖ ETarBank: ອິອິ
໒໓:໒໘ au8ust: -_-’
໒໓:໒໘ laetui: ໄປຫມົດລະ
໒໓:໒໘ au8ust: ຄັນຫົວ
໒໓:໒໘ au8ust: ຢາກໄປສະຜົມ
໒໓:໒໘ Dhammavariety: ຂໍໃຫ້ຄວາມສຸກ ຄວາມຈະເລີນ ຈົງເກີດຂື້ນເເກ່ຂ້າພະເຈົ້າເອງ ແລະພໍ່ອອກ ແມ່ອອກພັນລາວທຸກໆທ່ານເຖີດ
໒໓:໒໘ Dhammavariety: ບາຍໆໆໆ
————————————————————————————————————–
໐໗:໐໓ JuBujUbU: ຕ້ອມໄປນອນລະຫວານິ
໐໗:໐໔ Dhammavariety: ພະມາແທນລາວ
໐໗:໐໔ Dhammavariety: ອິໆ
໐໗:໐໕ JuBujUbU: :005:
໐໗:໐໕ JuBujUbU: :003:
໐໗:໐໖ Dhammavariety: ຈະເລີນພອນ ແມ່ອອກ
໐໗:໐໖ Dhammavariety: ກິນເຂົ້າແລ້ວຫວາ ແມ່ອອກ
໐໗:໐໘ JuBujUbU: ກິນແລ້ວ ກຽມໄປເສັງ
໐໗:໐໙ Dhammavariety: ຫວາ
໐໗:໐໙ Dhammavariety: ຮຽນຢູ່ໄສຫວາ
໐໗:໐໙ Dhammavariety: ຂໍໃຫ້ເສັງໃຫ້ໄດ້ທີ1 ເດີ
໐໗:໕໓ DoTar: ນະມັສການ ພຣະ
໐໗:໕໓ DoTar: ເອົາແຕ່ເຊົ້າເລີຍເນາະ
໐໗:໕໘ au8ust: ມາໄວກວ່າໂຍມອີກແມ່ນບໍ່ຕ້າ
໐໗:໕໙ Dhammavariety: ມາທັກທາຍ ຊາວພັນລາວຜູ້ໜ້າຮັກ ແລະໜ້າຊັງທັ້ງຫລາຍ
໐໘:໐໐ DoTar: ຮ່າາາາາ ແມ່ນ ບ໋ອສ
໐໘:໐໐ Dhammavariety: ຂໍໃຫ້ທ່ານຫົວໜ້າ ແລະສະມາຊິກທຸກທ່ານ ຈະເລີນໃນທັມທຸກປະການເດີ
໐໘:໐໐ au8ust: ຂໍໃຫ້ໂຕທ່ານເອງຈະເລີນໃນທັມກ່ອນທ້ອນ -_-’
໐໘:໐໐ DoTar: :035: ບ໋ອສ ອີກແລ້ວ
໐໘:໐໐ DoTar: ໂດນນນນນນ
໐໘:໐໑ Dhammavariety: ຮ່າໆໆໆໆ
໐໘:໐໑ birdflu2007dotexe: ຢູ່ວັດກະມີເນັດຫວາ -,-
໐໘:໐໑ Dhammavariety: ຂອບໃຈຫົວໜ້າ ທີ່ບໍ່ລືມລູກສິດ ຮ່າໆ
໐໘:໐໑ birdflu2007dotexe: ຄືວ່າມາແຕ່ເຊົ້າ
໐໘:໐໑ Dhammavariety: ມີ ເກືອບທຸກວັດແຫລະ ໃນກຸງເທບ
໐໘:໐໑ au8ust: ວັດຢູ່ກຸງເທບຈະເລີນກວ່າແຖວສີຫອມອີກເບີດ
໐໘:໐໒ birdflu2007dotexe: ໂອ ເຮົາລະບໍ່ຮູ້
໐໘:໐໒ au8ust: ມີເນັດ ມີນ້ຳປະປາ (ຫຼືອາດຈະມີຮອດນ້ຳອຸ່ນອາບ?) ມີອາຫານດີໆ ໃຫ້ສັນ ຊິໄປເຫັນທຸກຫຍັງ
໐໘:໐໒ Dhammavariety: ຫລວງພໍ່ ບັງຄັບໃຕ້ຕື່ນແຕ່ເຊົ້າ ວ່າຊັ້ນເທາະ
໐໘:໐໒ Dhammavariety: ແຮະໆໆ
໐໘:໐໒ au8ust: ຢູ່ວັດ ມັນມີເປັນຕູ້ເລີຍ ພວກກາເຟ ໂອວັນຕິນ ນົມຫວານ ຢາກສັນກໍໄປຕີມາສັນເອງນ່ະເບີດ ສະບາຍສຸດໆ ຫະຫະ
໐໘:໐໓ Dhammavariety: ຮ່າໆໆໆ ໂອຍນໍບ໋ອສ
໐໘:໐໓ au8ust: ມີຮອດແມ່ຍົກມາຖວາຍນ້ຳໂອອິຊິໃຫ້ສັນພ້ອມບາງອົງຫັ້ນ
໐໘:໐໓ Dhammavariety: ອາດຕະບໍ່ມີເດີ ໂຍມ
໐໘:໐໓ au8ust: ຢາກໄດ້ບັດຕື່ມເງິນໂທລະສັບ ເວົ້າກິກດຽວ ເຂົາກໍຈັດມາໃຫ້
໐໘:໐໔ Dhammavariety: ອາດຕະມາ ພະໄວລຸ້ນ ບໍ່ມັກສະສົມ
໐໘:໐໔ birdflu2007dotexe: ຫະຫະຫະ
໐໘:໐໔ au8ust: ສະແດງວ່າທຳບຸນມາດີໃດຫັ້ນ ໄດ້ແບບນັ້ນ
໐໘:໐໔ Dhammavariety: ບໍ່ແມ່ນຫລວງປູ່ ເດີ ຊິສະສົມປານນັ້ນ
໐໘:໐໔ birdflu2007dotexe: ຄູບາສະໄໝນີ້ໝົກມຸ້ນກັບອິນເທີເນັດນໍ້
໐໘:໐໔ Dhammavariety: ຖ້າແມ່ນກຸດຕິ ຫລວງພໍ່ ຫັ້ນ ຕອນນີ້ເສົາຊິຫັກແລ້ວ
໐໘:໐໕ Dhammavariety: ຄຸສັງຄະທານຫລາຍໂພດ
໐໘:໐໕ Dhammavariety: ຮ່າໆ
໐໘:໐໕ birdflu2007dotexe: ມີບິນຖະບາດອອນໄລນ໌ບໍ່ ຫະຫະຫະ
໐໘:໐໕ Dhammavariety: ບໍ່ໄດ້ມົກໝຸ້ນ
໐໘:໐໕ DoTar: ຍັງວ່າດຽວນິໄປໃສ່ບາດໃສ່ແຕ່ ເຂົ້າໜົມ ດຽວນິ ທອດກັ່ນຖີນ ມີຮອດ ບັດເຕີມເງີນຫ້ອຍ
໐໘:໐໕ Dhammavariety: 55555
໐໘:໐໕ Dhammavariety: ຢູ່ໄສເດ ມີບັດເຕີມເງີນ?
໐໘:໐໕ au8ust: ເອີ ຫັ້ນແຫລະຕ້າ ທຳມະດາເພິ່ນບໍ່ໃຫ້ຮັບເງິນແບບນັ້ນ ແປກດີທີ່ຍາດໂຍມພາກັນເອົາເງິນໄປໃສ່ບາດ – -’
໐໘:໐໕ DoTar: ເທື່ອໜ້າ ຍ້ານ ເອົາ ໄອໂຟນ ຫ້ອຍ ໃສ່ ນຳຢູ່
໐໘:໐໕ Dhammavariety: ບໍ່ແມ່ນ ມີແຕ່ບໍລິຂານ 8 ຫວາ
໐໘:໐໖ Dhammavariety: ມັນກະແມ່ນຢູ່ພໍ່ອອກ
໐໘:໐໖ Dhammavariety: ແຕ່ຕ້ອງ ຄຳນຶງເຖິງສະຖານະການ ແວດວ້ອມເປັນຫລັກ
໐໘:໐໖ DoTar: ເດ່ ເຫຫັນບໍ່ ເມື່ອກີ້ ນີ້ວ່າບໍ່ແມ່ນ
໐໘:໐໖ Dhammavariety: ເວົ້າເຖິງ ເງີນນ່າ
໐໘:໐໗ Dhammavariety: ພະຈຳເປັນໃຊ້ເດີ
໐໘:໐໗ DoTar: ພຣະ ຍັງມີ Upgrade ອີິກ
໐໘:໐໗ DoTar: ຕັວເອງ
໐໘:໐໗ Dhammavariety: ພະພຸດທະເຈົ້າ ບອກວ່າວິໄນບາງຢ່າງ ທີ່ເປັນເລື່ອງເດັກນ້ອຍ ສາມາດລົດຜ່ອນໄດ້ ບໍ່ແມ່ນຫວາ
໐໘:໐໘ DoTar: ໃຊ້ເຮັດຫຍັງ ວ່າ ຮອດຍາມກິນ ມີຄົນເອົາໄປ ເຄນທານ
໐໘:໐໘ DoTar: ໃຫ້
໐໘:໐໘ Dhammavariety: ເງີນບໍ່ຈຳເປັນສຳຫລັບ ຄູບາ ຖ້າບໍລິສັດເນັດ ຄ່າເທີມ ຄ່າລົດ ພະຟຣີ
໐໘:໐໘ Dhammavariety: ບໍ່ມີບັນຫາຫຍັງເລີຍ
໐໘:໐໘ PHOYLIN: ໄປອອກຕະຫຼາດຫາມາ ຫິວເຄື່ອງຈົນປວດແຂນຫມົດເອີ໊ກ22
໐໘:໐໘ DoTar: ບໍ່ຄືເຮົາ ປະຊາຊົນ ຫາເອງ
໐໘:໐໘ Dhammavariety: ຮ່າໆ
໐໘:໐໙ Dhammavariety: ອັນນີ້ ບໍ່ຟຣີເລີຍພໍ່ອອກ
໐໘:໐໙ Dhammavariety: ຖ້າພໍ່ອອກ ມາເຈີແລ້ວຈະຮູ້ສຶກ
໐໘:໐໙ Dhammavariety: ຕອນພະຍັງບໍ່ບວດ ກະຄິດແບບນີ້ແຫລະ
໐໘:໐໙ DoTar: ຊັນພຣະຢູ່ ກຣຸງເທບ ບໍ່ແມ່ນ ຂີ່ ປຣາໂດ້ ໄປ ບິນທະບາດບໍ
໐໘:໐໙ DoTar: ຮ່າາາາາາາາາາ
໐໘:໐໙ DoTar: ຄັນສະບາຍປານນັ້ນ
໐໘:໐໙ Dhammavariety: ພໍມາບວດແລ້ວ ໂອ໋ພະເຈົ້າຈ໋ອດ
໐໘:໑໐ Dhammavariety: ຮື
໐໘:໑໐ Dhammavariety: ຍ່າງນີ້ແຫລະ
໐໘:໑໐ Dhammavariety: ໃຜວ່າບວດແລ້ວຢູ່ສະບາຍ
໐໘:໑໐ Dhammavariety: ຄິດຜິດແລ້ວ
໐໘:໑໐ Dhammavariety: ຕອນຄູບາຍັງບໍ່ທັນບວດ ຄິດວ່າມັນຊິສະບາຍຊັ້ນຫລອກ
໐໘:໑໑ Dhammavariety: ບາດເຂົ້າມາແລ້ວ ຮູ້ສຶກວ່າ ໂອ໋ໂຄດຍາດເລີຍເດີ
໐໘:໑໑ DoTar: ນຶກວ່າ ຂີ່ລົດໄປ ໄປຮອດລ່ະ ບິບແກໃສ່ແມ່ ອອກ ໃຫ້ ອອກມາ ລະກໍ່ເອົາແວ່ນລົງ
໐໘:໑໑ DoTar: ໃຫ້ໃສ່ ບາດ
໐໘:໑໑ Dhammavariety: ຮ່າໆໆໆໆໆ
໐໘:໑໑ Dhammavariety: ອັນນີ້ ເຫັນແຕ່ໃນຂ່າວ
໐໘:໑໑ Dhammavariety: ບໍ່ເຄີຍເຫັນກັບຕາ
໐໘:໑໒ Hyde: ແບບນັ້ນສະບາຍກວ່າເຮົາຕົ່ວຫັ້ນ
໐໘:໑໒ DoTar: ວ່າແຕ່ ພຣະ ມີ ເນມສ ວ່າອະໄຣ
໐໘:໑໒ Hyde: ເຮົາເຮັດວຽກ16ຊົ່ວໂມງຍັງບໍ່ມີລົດຂີ່ ເງີນຍັງໃຊ້ບໍ່ພໍ
໐໘:໑໒ Hyde: ບໍ່ໍພໍໃຊ້
໐໘:໑໓ birdflu2007dotexe: ແມ່ນ ບາງມື້ເຮົາໄດ້ເຮັດວຽກຈົນຊອດແຈ້ງພຸ້ນ ເງິນກະຍັງບໍ່ພໍໃຊ້
໐໘:໑໓ Dhammavariety: ບາງຢ່າງ ເບິ່ງແລ້ວ ກະຄືສະບາຍ
໐໘:໑໓ Dhammavariety: ບາດເຮົາມາສຳຜັດ ແລ້ວຈະຮູ້ນ່າ
໐໘:໑໓ PHOYLIN: ເພງ sorry sorry anwer ມ່ວນ
໐໘:໑໔ Dhammavariety: ພໍ່ອອກ ມີນ້ຳໃນຄຸ ປິດຝາໄວ້ ຖາມວ່າ ພໍ່ອອກຮູ້ບໍ່ນ້ຳໃນຄຸນັ້ນ ຮ້ອນ ຫລືເຢັນ
໐໘:໑໕ Dhammavariety: ຫ້າມໃຊ້ເວີບທູເດົາ
໐໘:໑໕ DoTar: ບ໋ອສ ຕອບແມະ
໐໘:໑໕ DoTar: ບັນຫາ ລະດັບໂລກ
໐໘:໑໕ au8ust: ໄປຍ້າຍລົດມາ
໐໘:໑໕ Dhammavariety: ຮື
໐໘:໑໕ Dhammavariety: ຊິມາຮັບພະ ໄປສວດຜີ ຫວາ
໐໘:໑໕ Dhammavariety: ຮ່າໆ
໐໘:໑໕ au8ust: ໄປຕິດຢູ່ຮ່ອມຕະຫຼາດເຊົ້າ ຫະຫະ ຊວຍສຸດຍອດ ລົດຕິດຍາວເປັນສິບຄັນ
໐໘:໑໖ Dhammavariety: ຢ່າສູ່ວ່າ 10 ຄັນເລີຍ
໐໘:໑໖ Dhammavariety: ຢູ່ ກຸງເທບ 200 ຄັນພຸ້ນ
໐໘:໑໖ au8ust: ຢ່າກຸງເທບຕິລະ 555
໐໘:໑໖ Dhammavariety: ຢູ່ ເມືອງກຸງເຊັງບ່ອນດຽວລົດຕິດ
໐໘:໑໖ au8ust: ຄັນຊິເອົາໄປຽບກັບກຸງເທບ ຄືບໍ່ເອົາໄປປຽບກັບເມກາເລີຍ ລົດຕິດເປັນ 2000 ຄັນ
໐໘:໑໖ Dhammavariety: ບໍ່ຕ້ອງເວົ້າເລີຍ ເລື່ອງນີ້ ພໍ່ອອກ
໐໘:໑໗ au8ust: :035:
໐໘:໑໗ Dhammavariety: ຮ່າໆໆໆໆ
໐໘:໑໗ DoTar: ກວນລະໄດ່ຫັນ ບອ໋ສ
໐໘:໑໗ au8ust: ຈັກເດ ຄູບາຫາກພາເວົ້າກ່ອນ !555
໐໘:໑໗ Dhammavariety: ບ້ານເຮົາ ຫັ້ນ ດີທີ່ສຸດແລ້ວ
໐໘:໑໗ birdflu2007dotexe: ຢູ່ກຸງເທບກັບຫລວງພະບາງມັນຄືກັນຫວາ ຫະຫະຫະ
໐໘:໑໗ au8ust: ບໍ່ ບໍ່ດີ ເຂົາຈັດສັນລະບຽບຕະຫຼາດບໍ່ຖືກ ຫະຫະ
໐໘:໑໗ Dhammavariety: ບັນຍາກາດ ສະພາບຈາລະຈອນ ຜູ້ຄົນອັດທະຍາໄສ ດີ
໐໘:໑໗ DoTar: ຕອບຄຳຖາມໃຫ້ ພຣະແດ່ ບ໋ອສ ຢູ່ລຸ່ມລຸມ່
໐໘:໑໗ au8ust: ມີຢ່າງຢູ່ໃສ ເອົາຕະຫຼາດມາໄວ້ທາງລົດທຽວ
໐໘:໑໗ Dhammavariety: ເອີ ຖືກໆ
໐໘:໑໘ au8ust: ແລ້ວບໍ່ມີປ້າຍໃສ່ວ່າ ທາງນີ້ເປັນຕະຫຼາດ ຫ້າມເຂົ້າ ລົດຕິດ
໐໘:໑໘ Dhammavariety: ພໍ່ອອກບ໋ອສເວົ້າຖືກ
໐໘:໑໘ au8ust: ຄົນຕ່າງແຂວງໄປຫຼົງຢູ່ຫັ້ນປະຈຳ
໐໘:໑໘ Dhammavariety: ການຈັດລະບຽບສັງຄົມບ້ານເຮົາ ແຍ່ມາກໆ
໐໘:໑໘ au8ust: ຄຶດວ່າທຽວໄດ້ ບາດເຂົ້າໄປລະຕິດຢູ່ຫັ້ນ 15 ນາທີ
໐໘:໑໘ au8ust: ທາງນ້ອຍໆ ພໍລົດສອງຄັນຫວິດກັນ ຜັດວ່າໄປຈອດລົດໄວ້ຂ້າງທາງອີກ ພໍດີບໍ່ມີທາງທຽວ ຫະຫະ
໐໘:໑໘ Dhammavariety: ບໍ່ວ່າແຕ່ຈັດລະບຽບຕະຫລາດເລີຍ
໐໘:໑໙ Dhammavariety: ລະບຽບສັງຄົມ ກະຍັງບໍ່ມີລະບຽບເລີຍແຫລະ
໐໘:໑໙ au8ust: ແຕ່ຊິວ່າຫຍັງໄດ້ ມັນເປັນກັມບໍ່ແມ່ນຫວາ :035:
໐໘:໑໙ Dhammavariety: ຮ່າໆໆ
໐໘:໑໙ au8ust: ກັມມຸຕາ ວັດຕັນຕິ ໂລໂກ
໐໘:໑໙ Dhammavariety: ກຳຫຍັງບ໋ອສ
໐໘:໒໐ au8ust: ຂຽນຖືກບໍ່ນິ ບໍ່ໄດ້ເວົ້າປາລີດົນ
໐໘:໒໐ au8ust: :051:
໐໘:໒໐ DoTar: ເດ ເວົ້າໄດ້ອີກ
໐໘:໒໐ Dhammavariety: ແຮະໆ
໐໘:໒໐ Dhammavariety: ບ໋ອສໃຊ້ ວິພັດຕ່າງກັນ ກັບພະ
໐໘:໒໐ Dhammavariety: ຮ່າໆ
໐໘:໒໑ au8ust: ແນວບໍ່ແມ່ນພະເດ້ – -’
໐໘:໒໑ DoTar: ດຽວກໍ່ໄດ້ເປັນແລ້ວ ຊ້ອມໄວ້ບໍ່ເສຍຫາຍ
໐໘:໒໒ DoTar: ຮ່າາາາາາ
໐໘:໒໒ au8ust: ເປັນແລ້ວບາບ ບໍ່ເປັນດອກ
໐໘:໒໒ au8ust: ຮັກສາປົກກະຕິ 5 ຂອງຄຣາວາສດີກວ່າ
໐໘:໒໒ Dhammavariety: ບໍ່ແມ່ນພະ ກະເວົ້າ ທັມມະບໍ່ເສຍຫາຍ
໐໘:໒໒ Dhammavariety: ໃນຖານະຊາວພຸດ ບໍ່ໝາຍວ່າໃຫ້ພະຮູ້ຄົນດຽວ
໐໘:໒໒ Dhammavariety: ພໍ່ອອກ ແມ່ອອກ ກະມີສິດຮູ້ຄືກັນ
໐໘:໒໒ Hyde: http://www.youtube.com/watch?v=-VokgVMry1E
໐໘:໒໓ Dhammavariety: ພຸດທະບໍລິສັດ 4 ພະພຸດທະເຈົ້າຝາກ ໃຫ້ທະນຸບຳລຸງສາດສະໜາໃຫ້ໝັ້ນຍືນ
໐໘:໒໓ Hyde: ເຮົາກະບວດບໍ່ໄດ້ຢ້ານບາບ ເຮົາເປັນຄົນຊົ່ວ555
໐໘:໒໔ Dhammavariety: ຮື ມາແຕ່ໄສອີກ ອານິ
໐໘:໒໔ Dhammavariety: ບ໋ອສ ອາຍຸຈັກຂວບແລ້ວຫວາ
໐໘:໒໔ Dhammavariety: ໂທດເດີທີ່ຖາມ
໐໘:໒໕ DoTar: 38 Up
໐໘:໒໕ DoTar: :035:
໐໘:໒໕ Hyde: ເຮົາເປັນປີສາດແວມພາຍ:s5:
໐໘:໒໕ Dhammavariety: ຮ້ວຍ ຄັນຊັ້ນຊິໄດ້ໃຊ້ຄາຖາ ປາບມານແລ້ວໄດນິ
໐໘:໒໕ Dhammavariety: ປີສາດ ມາແຊັດນຳ
໐໘:໒໖ Dhammavariety: ອິໆໆ
໐໘:໒໖ Dhammavariety: ຫວາ
໐໘:໒໖ Dhammavariety: ຂອບໃຈເດີ ທີ່ບອກ
໐໘:໒໖ Dhammavariety: ເພາະ ຖ້າຮູ້ໄວ ວຸດ ແລ້ວພໍຊິໄດ້ຮູໃຊ້ສັບ ການເວົ້າ
໐໘:໒໗ au8ust: ຕອນໄປປະຕິບັດທັມ ເພິ່ນບອກວ່າ ໃຫ້ເວົ້າໜ້ອຍໆ ປະຕິບັດຫຼາຍໆ
໐໘:໒໗ DoTar: ແມ່ນແທ້
໐໘:໒໗ au8ust: ຢ່າເວົ້າຫຼາຍໆ ປະຕິບັດໜ້ອຍໆ
໐໘:໒໗ Dhammavariety: ອັນ ໂດຕ້າ ນີ້ ກະເເມ່ນ ທີມງານເວບພັນລາວບໍ່?
໐໘:໒໗ Hyde: ນອນກ່ອນເດີກໆຕື່ນ
໐໘:໒໗ DoTar: ບໍ່
໐໘:໒໗ Dhammavariety: ແຮະໆໆໆ
໐໘:໒໗ DoTar: ເປັນ ທີມ ນັກເສືອກ
໐໘:໒໘ Dhammavariety: ເວົ້າຫລາຍກະດີ ຢູ່ໄດ ຖ້າເວົ້າໃນສິ່ງທີ່ເປັນປະໂຫຍດ
໐໘:໒໘ Dhammavariety: ຮ່າໆໆໆໆ
໐໘:໒໘ Dhammavariety: ເສືອກວ່າຊັ້ນ
໐໘:໒໘ Dhammavariety: ຢາກຫົວເປັນພາສາບາລີ ເດ
໐໘:໒໘ Dhammavariety: ເສຍດາຍແຕ່ພະພຸດທະເຈົ້າ ບໍ່ໄດ້ບັນຍັດໄວ້
໐໘:໒໙ DoTar: ເປັນ ຫຍັງຈິວອນ ພຣະ ຈິ່ງເປັນ ສີ ເຫລືອງ ກັບ ສົ້ມ
໐໘:໒໙ Dhammavariety: ຖ້າເປັນອາຈານສອນ ຖ້າອາຈານບໍ່ເວົ້າຫລາຍນັກຮຽນຊິເຂົ້າໃຈ ແນວໄດ
໐໘:໒໙ DoTar: ຢາກຮູ້
໐໘:໒໙ Dhammavariety: ສີເຫລືອງ ສີສົ້ມ ມັນເຈີດຈ້າ ດີ
໐໘:໓໐ DoTar: ເທົ່ນິນີ້ ເຫດຜົນ ຣ້ອຍແປດ ນ່ະ
໐໘:໓໐ Dhammavariety: ວັດຄູບາ ໃສ່ສີນ້ຳຕານ ເດີ
໐໘:໓໐ Dhammavariety: ສີເຫລືອງ ໃຜກ້າໃສ່ ຕ້ອງການຫອບສັງຂານ ໜີຈາກວັດ
໐໘:໓໐ Dhammavariety: ອິໆໆ
໐໘:໓໑ DoTar: ຮູ້ແລ້ວ ພຣະໄທ ອັນໃດກໍ່ ຕ້ອງ ເຮັດ ຕ່າງ ໝູ່ຢູ່ແລ້ວ
໐໘:໓໑ Dhammavariety: ຕ່າງແບບໄດ
໐໘:໓໑ DoTar: ແບບບໍ່ຄືໃຜ
໐໘:໓໑ DoTar: ຮ່າາາາາາາາາາ
໐໘:໓໑ Dhammavariety: ວັດໄທ ເຂົາສ່ວນຫລາຍເຂົາຈະມີລະບຽບເລື່ອງຄອມຜ້າໄດ
໐໘:໓໑ Dhammavariety: ຖ້າສີເຫລືອງ ຕ້ອງສີເຫລືອງໝົດວັດ
໐໘:໓໒ Dhammavariety: ສີ ເເດງ ກະສີເເດງໝົດວັດ
໐໘:໓໒ DoTar: ດຽວຈັກໜ້ອຍກໍ່ໃຫ້ ໃສ່ສູດ ແລະ ພຣະ
໐໘:໓໒ Dhammavariety: ມັນເປັນລະບຽບດີ
໐໘:໓໒ Dhammavariety: ໃສ່ກະມີ
໐໘:໓໒ Dhammavariety: ຢູ່ເມກາ
໐໘:໓໒ Dhammavariety: ມັນໜາວ
໐໘:໓໒ DoTar: ອັນນັ້ນ ບາດຫລວງ
໐໘:໓໒ DoTar: ພຣະ
໐໘:໓໓ Dhammavariety: ຮ່າໆ
໐໘:໓໓ Dhammavariety: ພະກະໃສ່
໐໘:໓໓ Dhammavariety: ເສື້ອຄຸມ ບັກໃຫຍ່ເຕວະ
໐໘:໓໓ Dhammavariety: ເຫັນໝູ່ ຄູບາຫລອກວາ
໐໘:໓໓ Dhammavariety: ເພີ່ນໜາວແຮງ ເປັນຕາອີຕົນເພີ່ນຢູ່
໐໘:໓໓ DoTar: ພຣະ ນິນອນ ກອນ ກໍ່ຜິດສິນຢູ່ເບາະ
໐໘:໓໓ DoTar: ໂກນ
໐໘:໓໓ Dhammavariety: ຮື ແບບໄດນໍ
໐໘:໓໓ au8ust: LaoStar ກຳລັງສາຍລາຍການທັມມະ
໐໘:໓໔ Dhammavariety: ຫວາ
໐໘:໓໔ Dhammavariety: ຂອບໃຈເດີ
໐໘:໓໔ Dhammavariety: ເປີດກ່ອນຊັ້ນນ່າ
໐໘:໓໔ DoTar: ຖາມຫັນແຕ່ບໍ່ເບີ່ງໄດ້ຫັນ
໐໘:໓໔ DoTar: ບ໋ອສ
໐໘:໓໔ au8ust: ແປກ
໐໘:໓໔ Mar3h: ໑ຫຶກ
໐໘:໓໔ DoTar: ຫ່ວງ ພັນລາວ ຫລາຍກ່ວາ
໐໘:໓໔ Mar3h: !sbd
໐໘:໓໕ au8ust: ເປັນຫຍັງພະເທດໃຫ້ໂຍມຟັງ ໃນຂະນະທີ່ໂຍມນັ່ງພຽງພະ
໐໘:໓໕ Dhammavariety: ພັນລາວ ບໍ່ເຮັດຄືຍີ້ມລາວເນາະ
໐໘:໓໕ Dhammavariety: ຮື ຢູ່ໄສ
໐໘:໓໖ au8ust: ເອ ກວດດຸ ເຮົາໃຊ້ HSPA ຈັກ GB ລະ
໐໘:໓໖ au8ust:
໐໘:໓໖ birdflu2007dotexe: ຈຳເປັນຫຍັງ ຕ້ອງໃຫ້ມັນຄືກັນ
໐໘:໓໗ birdflu2007dotexe: ຖ້າມັນຄືກັນ ກະບໍ່ແມ່ນພັນລາວລະຕິ ພະເອີຍ ຫະຫະຫະ
໐໘:໓໗ Hyde: ເພງນີ້ມ່ວນ http://www.youtube.com/watch?v=jTETEHloDWQ
໐໘:໓໘ Dhammavariety: ບໍ່ໄດ້ໝາຍວ່າໃຫ້ມັນ ຄືກັນ
໐໘:໓໘ Dhammavariety: ແຕ່ຖາມວ່າ ຄືບໍ່ເຮັດ ແບບນັ້ຍ
໐໘:໓໘ Dhammavariety: ອິໆໆ
໐໘:໓໘ Dhammavariety: ບໍ່ເວົ້າແລ້ວ ໂດນ ຈຸໂຈມຫລາຍ ຮ່າໆ
໐໘:໓໙ DoTar: ເດ ເອັາຄືນອີກ
໐໘:໓໙ DoTar: ເອົາ
໐໘:໓໙ birdflu2007dotexe: ມັນກະອັນດຽວກັນຫັ້ນແຫລະ ເວົ້າປີ້ນກັນຊື່ໆ ເຫີໆໆ
໐໘:໓໙ Dhammavariety: ເພງໄສ ອີກມ່ວນ ຮ້າຍກວ່າ ຊິບິນເອົາໂລດ
໐໘:໓໙ birdflu2007dotexe: Dhammavariety: ພັນລາວ ບໍ່ເຮັດຄືຍີ້ມລາວເນາະ
໐໘:໓໙ birdflu2007dotexe: ກັບ
໐໘:໓໙ Dhammavariety: ຮ່າໆໆໆໆ
໐໘:໓໙ Mar3h: -9494034 KIP
໐໘:໓໙ birdflu2007dotexe: Dhammavariety: ບໍ່ໄດ້ໝາຍວ່າໃຫ້ມັນ ຄືກັນ
໐໘:໓໙ birdflu2007dotexe: Dhammavariety: ແຕ່ຖາມວ່າ ຄືບໍ່ເຮັດ ແບບນັ້ຍ
໐໘:໔໐ birdflu2007dotexe: ສະຫລຸບ ມັນກະອັນດຽວກັນ ແຕ່ເວົ້າປີ້ນກັນ
໐໘:໔໐ Dhammavariety: ກາກໆໆໆໆ
໐໘:໔໐ Dhammavariety: ບໍ່ໄດ້ວ່າຫຍັງເດ ແຮະໆໆ
໐໘:໔໐ DoTar: ເບີ່ງ ສຽງຫັວຂອງພຣະ
໐໘:໔໐ Dhammavariety: ຖາມແປກໃຈ ໍື່ໆ
໐໘:໔໐ Mar3h: ໄປລະ ແວັບໆ
໐໘:໔໐ DoTar: ແມະ ຢາດໂຍມ
໐໘:໔໐ Dhammavariety: ໃຜວ່າສຽງຫົວ
໐໘:໔໐ au8ust: bb a
໐໘:໔໐ Dhammavariety: ຂຽນເອົາ
໐໘:໔໐ Dhammavariety: ບໍ່ໄດ້ໃຊ້ສຽງເລີຍພໍ່ອອກ
໐໘:໔໐ DoTar: ບ໋ອສວາ່
໐໘:໔໐ DoTar: ວ່າ
໐໘:໔໑ au8ust: ..
໐໘:໔໑ Dhammavariety: ບ໊ອສ ຄືບໍ່ໂຊຄວາມຫລໍ່ເເດ່
໐໘:໔໑ DoTar: ຄັນບໍ່ແມ່ນສຽງຫັວລະ ພຣະວ່າສຽງຫຍັງຊັນແປ
໐໘:໔໑ DoTar: ແມະ
໐໘:໔໑ au8ust: ເຮັດແບບຍິ້ມລາວ ເຮັດແບບວ່າ ເອົາ profile ຂອງ Dhammavariety ໄປໃສ່ໜ້າທຳອິດຫັ້ນຫວາ?
໐໘:໔໑ Dhammavariety: ມັນເປັນ ສິ່ງພີມອອກ
໐໘:໔໑ Dhammavariety: ແຕ່ບໍ່ໄດ້ອອກສຽງເດ
໐໘:໔໑ Dhammavariety: ຮ່າໆໆໆໆ
໐໘:໔໒ DoTar: ພຣະຈັ່ງແມ່ນ ສະຫລາດໜ້ອຍນໍ້
໐໘:໔໒ DoTar: ປານນັ້ນຢູ່ກຣຸງເທພ
໐໘:໔໒ au8ust: ພິສຸຜູ່ບໍ່ປະພຶດຕົນໃຫ້ເປັນທີ່ນັບຖືຂອງຄຣາວາສ ຍ່ອມຈະບໍ່ໄດ້ຮັບການຕ້ອນຮັບເປັນທຳມະດາ
໐໘:໔໒ Dhammavariety: ກະບໍ່ວ່າເດີ ຊິໃຫ້ຂື້ນໜ້າເວບ ຕາມສັດທາໂຍມ
໐໘:໔໒ Dhammavariety: ແມ່ນລະ
໐໘:໔໒ birdflu2007dotexe: ເຖິງແມ່ນພຣະ ກະບໍ່ໜ້າຈະພິມວ່າ “ຮ່າໆໆໆໆ” ເນາະ ວ່າບໍ່
໐໘:໔໒ DoTar: ອັນນັ້ນຄັນບໍ່ແທນສຽງຫັວ ລະມັນຈະແມ່ນສຽງຫຍັງຊັນ
໐໘:໔໓ birdflu2007dotexe: ເສຍຄວາມເປັນພຣະໝົດເຮົາວ່າ
໐໘:໔໓ au8ust: ກໍພິສຸໃດທີ່ປະພຶດຕົນດີແລ້ວ ປະພຶດຕົນຊອບດ້ວຍທັມແລ້ວ ແມ່ນແຕ່ບຸກຄົນນອກສາສນາ ກໍຍ່ອມມີຄວາມສັດທາໄດ້
໐໘:໔໓ Dhammavariety: ຈະເລີນທັມ
໐໘:໔໓ Dhammavariety: ສາທຸໆ
໐໘:໔໓ birdflu2007dotexe: ແມ່ນແທ້ໄດ໋ ຖ້າຄົນອື່ນທີ່ເຂົາໄປວັດທີ່ພຣະຢູ່ມາເຫັນ ເຂົາຊິໝົດສັດທານຳພະ
໐໘:໔໓ Dhammavariety: ບໍ່ເສຍຫລອກ
໐໘:໔໓ Dhammavariety: ຍັງເປັນ ຄືເກົ່າ
໐໘:໔໓ au8ust: ເຊີນເຖີດ ທ່ານຜູ່ຈະເລີນ ພຶງໄດ້ພິຈາລະນາຄຳຂໍບວດຂອງທ່ານວ່າ ທ່ານປາຖະໜາຈະນຸ່ງຫົ່ມຜ້າກາສາວະພັດນີ້ເພື່ອຈຸດໝາຍໃດ
໐໘:໔໔ Dhammavariety: ເຂົາບໍ່ໝົ້ດຫລອກ
໐໘:໔໔ Mar3h: ການຊອກມູນເຫດມາກົດເກື່ອນ ເພື່ອເປັນການໜີຄວາມຜິດ ຖືເປັນທາງອອກແຫ່ງບັນຫາ????
໐໘:໔໔ birdflu2007dotexe: ແຕ່ໃນໂຕເຮົາ ເຮົາໝົດສັດທາ ຕັ້ງແຕ່ເຫັນພະມາລົມຫລິ້ນໆແບບນີ້ລະ
໐໘:໔໔ Mar3h: ຫົນທາງແຫ່ງການດັບທຸກ ມັນຢູ່ຫົນໃດ
໐໘:໔໔ birdflu2007dotexe: ເສຍຄວາມເປັນພະເປັນເຈົ້າ
໐໘:໔໔ DoTar: ເດ ພຣະ ຮັບ ເຕັມເຕັມ ເລີຍ
໐໘:໔໔ DoTar: ອັນນີ້
໐໘:໔໔ DoTar: ຮ່າາາາາາາາາາາາາ
໐໘:໔໕ birdflu2007dotexe: ເຖິງເປັນພະ ກໍຄວນປະຕິບັດໂຕໃນທາງຄວນ
໐໘:໔໕ Dhammavariety: ບໍ່ໄດ້ຜິດ ວິໄນ ຂໍ້ໄດນ່າ
໐໘:໔໕ birdflu2007dotexe: ອັນໃດເປັນກິດຂອງສົງກໍເຮັດໄປ
໐໘:໔໕ DoTar: ພຣະຜິດ ຊ້ຳ ບາດນິ
໐໘:໔໕ Dhammavariety: ເຜີຍແຜ່ພະທັມ ຜິດບໍ່
໐໘:໔໖ birdflu2007dotexe: ຄົນເປັນພະ ເຂົາບໍ່ມານັ່ງພິມ “ຮ່າໆໆໆໆ” ດອກ
໐໘:໔໖ birdflu2007dotexe: ອັນນີ້ເຂົາບໍ່ເອີ້ນເຜີຍແຜ່ພະທຳ
໐໘:໔໖ DoTar: ເຫັນບໍ່
໐໘:໔໖ Dhammavariety: ຮ້ວຍ ວ່າໄປບາດນີ້
໐໘:໔໖ birdflu2007dotexe: ການເຜີຍແຜ່ພະທຳ ບໍ່ແມ່ນການມານັ່ງຫົວ “ຮ່າໆໆໆ”
໐໘:໔໖ DoTar: ພຣະ ວ່າ ອັນ ຮ່າາາາ ນິ ບໍ່ແມ່ນສຽງຫັວ
໐໘:໔໖ Dhammavariety: ແນະ ຄິດວ່າ ເຜີຍແຜ່ທັມ ມີຮູບແບບດຽວຫວາ
໐໘:໔໖ DoTar: ເປັນການ ຂຽນ ເສີຍເສີຍ
໐໘:໔໗ birdflu2007dotexe: ແມ່ນ ກະສຽງຫົວນັ້ນແຫລະ
໐໘:໔໗ Dhammavariety: ສຽງຫົວ ແຕ່ສຽງບໍ່ອອກ
໐໘:໔໗ DoTar: ເຈັບຫັວເລີຍ ຂ້ອຍ
໐໘:໔໗ DoTar: ເດ ເຫັນບໍ່ ດີ້ນໄປຈົນໄດ້
໐໘:໔໗ Dhammavariety: ກະຍັງວ່າ ມັນເປັນສິ່ງພີມ
໐໘:໔໗ au8ust: ທຸກຄົນຢູ່ນີ້ ສັດທາໃນທັມມະຂອງພະສະມະນະໂຄດົມພຸທເຈົ້າ ແຕ່ບໍ່ສັດທາໃນກິລິຍາຂອງພະສົງທີ່ບໍ່ຮູ້ປະມານໃນການປະພຶດ
໐໘:໔໗ birdflu2007dotexe: ພະພຸດທະເຈົ້າ ຄູບາ ສຳມະເນນ ເປັນສິ່ງທີ່ນັບຖືໃນຈິດໃຈ ເປັນສາສະໜາທີ່ນັບຖືໃນຈິດໃຈ ເປັນທີ່ເພິ່ງທາງໃຈ ແຕ່ບໍ່ແມ່ນເປັນທີ່ມາລົມຫລິ້ນໆກັນ
໐໘:໔໘ Dhammavariety: ບໍ່ໄດ້ຫລີ້ນ
໐໘:໔໘ au8ust: ຖ້າວ່າ ບໍ່ຮູ້ເວົ້າ ບໍ່ຮູ້ພິມ ບໍ່ຮູ້ສະແດງອອກໃຫ້ຄົນນັບຖື ກໍບໍ່ຈຳເປັນທີ່ຕ້ອງທຳທ່ານັບຖື
໐໘:໔໘ Dhammavariety: ບໍ່ໄດ້ມາຫລີ້ນກັບໃຜເດີ ທ່ານ
໐໘:໔໘ au8ust: ບຸກຄົນນັ້ນກໍປຽບດັ່ງຊາວບ້ານຫົ່ມຜ້າເຫຼືອງເທົ່ານັ້ນເອງ
໐໘:໔໘ birdflu2007dotexe: ບໍ່ແມ່ນວ່າເຮົາດູຖູກໃນພະພຸດທະສາສະໜາດອກ ແຕ່ເຮົາບໍ່ມັກການປະພຶດ ທີ່ພະຈະມາປະພຶດແບບນີ້
໐໘:໔໘ au8ust: ບວດໄປກໍເສຍຜ້າເຫຼືອງ ສິກມາກໍເປືອງຜ້າລາຍ
໐໘:໔໙ DoTar: ພຣະ ມາຜິດໂມງ ແລ້ວມື້ນິ ຖືກສັລເລະເລີຍ Sigh out ອອກ ກ່ອນດີບໍ່
໐໘:໔໙ DoTar: ສັບ
໐໘:໔໙ Mar3h: ຜິດຖືກພຶງໃຊ້ປັນຍາ ຮູ້ແລ້ວຕ່າວພາໂລ
໐໘:໔໙ birdflu2007dotexe: ຖ້າຄິດວ່າທ່ານພະອາຈານບວດແລ້ວ ກໍຄວນຕັດທາງໂລກ ໃຫ້ໄດ້ສາ
໐໘:໔໙ Dhammavariety: ບໍ່ເປັນຫຍັງ ນັດຖີໂລເກ ອະນິນທິໂຕ
໐໘:໔໙ Dhammavariety: ຄົນບໍ່ຖືກນິນທາ ບໍ່ມີໃນໂລກ
໐໘:໕໐ au8ust: ບໍ່ມີໃຜນິນທາທ່ານດອກ
໐໘:໕໐ Dhammavariety: ເຮົາຕ້ອງຍອມຮັບ ຄົນມີທັດສະນະຕ່າງກັນ
໐໘:໕໐ au8ust: ມີແຕ່ທ່ານນັ້ນລະພິມໄປເອງໃຫ້ຄົນອື່ນຄຶດວ່າເຂົານັ້ນນິນທາທ່ານ!!
໐໘:໕໐ DoTar: ມີແຕ່ສັ່ງສອນ ທ່ານ
໐໘:໕໐ birdflu2007dotexe: ຄົນຊິຖືກນິນທາ ມັນກໍຂຶ້ນກັບການປະພຶດ
໐໘:໕໐ Dhammavariety: ແລ້ວພໍ່ອອກຢູ່ນີ້ເດ
໐໘:໕໐ Dhammavariety: ແມ້ພະພຸດທະເຈົ້າ ຍັງຖືກນິນທາເລີຍ
໐໘:໕໑ Dhammavariety: ຮັບພາສາຫຍັງພະຢ່າງອາດຕະມາ ຈະບໍ່ໂດນ
໐໘:໕໑ au8ust: ຢ່າໄປຽບກັບພະພຸທເຈົ້າເລີຍ ຄຸນຄວາມດີຂອງທ່ານບໍ່ພໍໃຫ້ໄປປຽບກັບພະພຸທເຈົ້າດອກ
໐໘:໕໑ DoTar: ຮ່າາາາາາາາາາາາາາາາາ
໐໘:໕໑ Dhammavariety: ແນະ
໐໘:໕໑ DoTar: ບ໋ອສ ອີກແລ້ວ
໐໘:໕໑ au8ust: ແມ່ນແຕ່ຂ້ານ້ອຍເອງກໍຍັງບໍ່ກ້າເອົາຕົນໄປປຽບກັບພະພຸທເຈົ້າ
໐໘:໕໑ Dhammavariety: ພະພຸດທະເຈົາ ຍັງໂດນນິນທາ
໐໘:໕໑ birdflu2007dotexe: ພະເຂົາບໍ່ມານັ່ງແຊັດຫລິ້ນດອກທ່ານພະອາຈານ
໐໘:໕໒ birdflu2007dotexe: ພະທີ່ດີ ເຂົາໄປສຶກສາທັມມະພຸ້ນລະ
໐໘:໕໒ DoTar: ພຣະ ທຳລົ້ນແລ້ວຢາກມາເຜີຍແຜ່
໐໘:໕໒ DoTar: ໃຫ້ເຮົາຮູ້
໐໘:໕໒ DoTar: ທັມ
໐໘:໕໒ DoTar: ມະ
໐໘:໕໓ Hyde: ເວລາ24ຊົ່ວໂມງເທົ່າກັນໃຊ້ໃຫ້ມີຄຸນຄ່າ
໐໘:໕໔ Mar3h: ຮູ້ຈັກປະມານຕົນ
໐໘:໕໔ Dhammavariety: ແຮະໆ
໐໘:໕໔ Dhammavariety: ເວົ້າ ຊ່ຳເພີ່ນຮູ້ເນາະ
໐໘:໕໔ Dhammavariety: ເອົາຫຍັງມາຕັດສິນວ່າພະ ບໍ່ສຶກສາທັມ
໐໘:໕໔ Dhammavariety: ມາດຕະຖານຫຍັງມາວັດ?
໐໘:໕໕ DoTar: ພຣະ ຖືກສອນ ຊ້ຳມື້ນິ ແທນທີ່ ພຣະຈະສອນ ເຮົາ
໐໘:໕໕ au8ust: ຖ້າສຶກສາທັມ ກໍຄົງຈະຍັງສຶກສາໜ້ອຍຢູ່ ຈຶ່ງມາຕໍ່ປາກຕໍ່ຄວາມນຳໂຍມ
໐໘:໕໕ Dhammavariety: ພໍ່ອອກຮຽນສຶກສາ ນຳຕົນໜົກໝຸ່ນກັບການສຶກສາ ຕະຫລອດ 24 ຊົ່ວໂມງບໍ່
໐໘:໕໕ birdflu2007dotexe: ຖ້າທ່ານຖືໂຕເອງເປັນພະ ກໍຄວນປະພຶດຕົນໃຫ້ຍາດໂຍມ ສັດທາ
໐໘:໕໖ au8ust: ປຽບທຽບແຕ່ແນວບໍ່ເປັນຕາປຽບທຽບ
໐໘:໕໖ birdflu2007dotexe: ເຮົາກໍບໍ່ໄດ້ເວົ້າຈັກຄຳວ່າເຮົາສຶກສາຕະຫລອດ 24 ຊົ່ວໂມງ
໐໘:໕໖ Dhammavariety: ວ່າຊິບໍ່ຕໍ່ປາກຢູ່ພໍ່ອອກ ແຕ່ຢາກເວົ້າໃຫ້ເຂົ້າໃຈ
໐໘:໕໖ Dhammavariety: ຕ້ອງໃຫ້ຄວາມຍຸດຕິທັມແດ່
໐໘:໕໗ Dhammavariety: ຄວາມຍຸດຕິທັມບໍ່ມີ ຄວາມສາມັກຄີບໍ່ເກີດ ເດ
໐໘:໕໗ birdflu2007dotexe: ພໍ່ອອກກະບໍ່ຢາກຕໍ່ປາກຕໍ່ຄຳກັບພະ ແຕ່ເຫັນການປະພຶດທີ່ພະໄດ້ສະແດງອອກມາແລ້ວມັນອົດບໍ່ໄຫວ
໐໘:໕໗ au8ust: ເວນກຳ
໐໘:໕໗ au8ust: ແມ່ນຫຍັງໄປຮອດຄວາມຍຸດຕິທຳ ຄວາມສາມັກຄີລະບາດນີ້
໐໘:໕໗ au8ust: ຢູ່ນີ້ເວົ້າມາແຕ່ຕົ້ນ ຈົນຮອດຕອນນີ້ ກໍເວົ້າແຕ່ເລື່ອງພະທີ່ປະພຶດບໍ່ຈົບ ບໍ່ງາມ ບໍ່ຮຽບຮ້ອຍ
໐໘:໕໗ au8ust: ມີວາຈາບໍ່ໜ້ານັບຖື
໐໘:໕໘ au8ust: ເວົ້າປີ້ນໄປປີ້ນມາ
໐໘:໕໘ au8ust: ຕົນເອງຫົວກໍວ່າບໍ່ໄດ້ຫົວ ເປັນພຽງສິ່ງພິມອອກມາ
໐໘:໕໘ Hyde: ແມ່ນຄວາມນິນ
໐໘:໕໘ au8ust: ເມື່ອຜູ່ອື່ນທັກທ້ວງກໍວ່າຈັບຜິດ
໐໘:໕໘ birdflu2007dotexe: ເຮົາບໍ່ສັດທາ ໃນພະທີ່ໝົກມຸ້ນ ກັບສິ່ງທີ່ບໍ່ແມ່ນກິດຂອງສົງ ເຊັ່ນວ່າ ເຫັນພະນັ່ງຫລິ້ນເກມຢູ່່ຮ້ານເກມ
໐໘:໕໘ au8ust: ບໍ່ໃຫ້ຄວາມຍຸດຕິທຳແກ່ຕົນ
໐໘:໕໘ au8ust: ແທນທີ່ຈະພິຈາລະນາຕົນເອງ
໐໘:໕໙ birdflu2007dotexe: ເຊັ່ນວ່າ ເຫັນພະນັ່ງຫລິ້ນ Yahoo, MSN ຢູ່ຮ້ານເນັດ
໐໘:໕໙ Buddha: ສະບາຍດີ
໐໘:໕໙ au8ust: ຜັດວ່າເອົາຂໍ້ພະວິໄນມາອ້າງ ວ່າບໍ່ໄດ້ຜິດພະວິໄນ
໐໘:໕໙ au8ust: ເຫັນພະບາງອົງແຮງໄປກັນໃຫຍ່ ໃສ່ຊື່ຕົນເອງວ່າພະພຸທເຈົ້າ
໐໘:໕໙ DoTar: ແມ່ນຫຍັງລ່ະ ອັນນິ ແຫ່ງໃສ່ buddha ມາເລີຍ
໐໘:໕໙ DoTar: ບ໋ອສ
໐໘:໕໙ DoTar: ຮ່າາາາາາາາາ
໐໙:໐໐ DoTar: ຈັ່ງແມ່ນເຂົ້າມາຖືກ
໐໙:໐໐ au8ust: ໄດ້ເຫັນແລ້ວຮູ້ສຶກເສື່ອມສັດທາໃນພິສຸປີ 2010
໐໙:໐໐ Buddha: ເອົາເລີຍ
໐໙:໐໐ au8ust: ແຕ່ຍັງຄົງສັດທາໃນພະພຸທ ພະທັມ ແລະພະສົງ ເປັນປົກກະຕິ
໐໙:໐໐ Buddha: ສະໜັບສະໜູນ
໐໙:໐໐ birdflu2007dotexe: ເຮົາບໍ່ສັດທາໃນໂຕພະ ແຕ່ບໍ່ໄດ້ໝາຍຄວາມວ່າ ເຮົາໝົດສັດທາໃນສາສະໜາພຸດ
໐໙:໐໑ Buddha: ຂໍແຍ່ມແດ່
໐໙:໐໑ DoTar: ບ໋ອສ ບາບໃດ ໃຫ້ພຣະ ໄດ້ເວົ້າແດ່
໐໙:໐໑ DoTar: ພຣະ ມິດດົນແລ້ວ
໐໙:໐໑ birdflu2007dotexe: ສົງໄສພະເອີ້ນ ພະອີກອົງໜຶ່ງ ມາຖຽງຊ່ວຍ
໐໙:໐໒ au8ust: ມາຖຽງຫຼືມາແຖ
໐໙:໐໒ Hyde: ເບີດເວົ້າຖືກ
໐໙:໐໒ DoTar: ສົງໃສໄປ ເອົາເຈົ້າອາວາດ ມາເລີຍ
໐໙:໐໒ au8ust: :033:
໐໙:໐໒ au8ust: ມີຢ່າງຢູ່ໃສ ເປັນພະມາສະໝັກເວັບໄວລຸ້ນ ໃສ່ profile ໝີພູ
໐໙:໐໒ birdflu2007dotexe: ສົງໄສໄປປຶກສາເຈົ້າອາວາດຢູ່ຕີ້
໐໙:໐໒ au8ust: ແລ້ວຊິໃຫ້ຄົນເຫັນແລ້ວນັບຖື
໐໙:໐໓ au8ust: ບາດມີຄົນທ້ວງ ກໍຄືຊິແຖວ່າ ຂຶ້ນກັບເຈດຕະນາ
໐໙:໐໓ DoTar: ຕັວໜັງສື ໃສ່ແອ໋ບແບ້ວ
໐໙:໐໓ birdflu2007dotexe: ທຳອິດໃສ່ທີມ Hip Hop ຊ້ຳແມະ
໐໙:໐໓ au8ust: ຫຼືບໍ່ກໍວ່າ ບໍ່ຜິດວິໄນພະ
໐໙:໐໓ DoTar: ອີກຕ່າງຫາກ ສີຊົມພູ
໐໙:໐໓ Dhammavariety: ຮື
໐໙:໐໓ au8ust: ແຕ່ຜັດບໍ່ໄດ້ພິຈາລະນາຕົນເອງເລີຍວ່າເຮັດເໝາະສົມແກ່ທັມບໍ່
໐໙:໐໓ Dhammavariety: ບໍ່ໄດ້ກ່ຽວ ນ່າ
໐໙:໐໓ birdflu2007dotexe: ຂະໜາດຢູ່ໄທ ພະຫລິ້ນ Hi5 ເຂົາຍັງວິຈານກັນພິລຶກລະ
໐໙:໐໓ Dhammavariety: ສີຫຍັງ ບໍ່ສຳຄັນນະ
໐໙:໐໔ Dhammavariety: ມັນຄົນ ລະເຈຕະນາກັນ
໐໙:໐໔ birdflu2007dotexe: ພະກະມີສອງສີເທົ່ານັ້ນຕົ້ວທ່ານພະ
໐໙:໐໔ au8ust: ຄັນວ່າບໍ່ໄດ້ກ່ຽວ ຊັ້ນຄືບໍ່ໄປໃສ່ແວ່ນຕາກັນແດດ ໃສ່ wrist band ສີເຫຼືອງ ແລ້ວກໍມັດຜ້າພັນຄໍສີບົວເບິ່ງ
໐໙:໐໔ birdflu2007dotexe: ພະໃຊ້ໄດ້ແຕ່ສີເຫລືອງ ກັບ ສີດຳ ເທົ່ານັ້ນ
໐໙:໐໔ Dhammavariety: ຂຽນສິີຫຍັງ ບໍ່ສຳຄັນ ສຳຄັນຢູ່ທີ່ວ່າ ອ່ານຊັດເຈນ ບໍ່
໐໙:໐໔ Hyde: ແຕ່ວ່າຫລີ້ນເນັດ ໂທລະສັດມັນກະຄືຕັດທາງໂລກບໍ່ໄດ້ແລ້ວນະ
໐໙:໐໔ Dhammavariety: ວ່າໄປ
໐໙:໐໔ DoTar: ເດ ດີ້ນໄປອີກແລ້ວ
໐໙:໐໕ Dhammavariety: ເວົ້າ ຂຽນໜັງສື
໐໙:໐໕ au8ust: ເຂົາຄືຊິບໍ່ຫວັງຕັດທາງໂລກດອກເລ້
໐໙:໐໕ au8ust: ເວົ້າເລື່ອງຕັດທາງໂລກແລ້ວ
໐໙:໐໕ birdflu2007dotexe: ບໍ່ຢາກບອກວ່າ ຖ້າຕັດທາງນີ້ບໍ່ໄດ້ ກະຢ່າຊູບວດສາ
໐໙:໐໕ au8ust: ຂ້ານ້ອຍຂໍຖາມແດ່ດຸ ພະອາຈານບວດເພື່ອຈຸດໝາຍໃດ?
໐໙:໐໕ Dhammavariety: ຖ້າຕັດທາງໂລກ ແລ້ວພະຊິຢູ່ຄົນດຽວເປັນຫວາ ພໍ່ອອກບ໋ອສ
໐໙:໐໖ nokKk: ຮ່າໂລ່
໐໙:໐໖ Dhammavariety: ພໍ່ອອກ ຖາມອາດຕະເພື່ອຈຸດປະສົງອັນໄດ?
໐໙:໐໖ au8ust: ນົກມາຜິດເວລາໃດຫັ້ນ !555
໐໙:໐໖ DoTar: ອອກໄປກ່ອນ ອັນນິ
໐໙:໐໖ nokKk: ຮະຮະ
໐໙:໐໖ nokKk: ມາຖືກແລ້ວ
໐໙:໐໖ DoTar: ບໍ່ຕ້ອງມາ ຮາໂຣ ເທື່ອ
໐໙:໐໖ au8ust: ກໍຖາມເພື່ອຄາຍຄວາມສົງໄສ ເຊັ່ນດຽວກັບທີ່ພະອາຈານຖາມຂ້ານ້ອຍວ່າ ຂ້ານ້ອຍຖາມພະອາຈານເພື່ອຈຸດປະສົງອັນໃດນັ້ນແລ
໐໙:໐໖ Dhammavariety: ຕອບແລ້ວເດ ພໍ່ອອກ ຖາມອາດຕະເພື່ອຈຸດປະສົງອັນໄດ?
໐໙:໐໗ au8ust: ຫາກແມ່ນວ່າພະອາຈານບໍ່ຮູ້ຈະຕອບ ຫຼືບໍ່ມີຄຳຕອບ ຫຼືບວດໂດຍບໍ່ຮູ້ຈະບວດເພື່ອຫຍັງ ກໍຕອບຕາມກົງວ່າ ບໍ່ຮູ້ ຂ້ານ້ອຍກໍບໍ່ຖືຊາດອກ
໐໙:໐໗ au8ust: ບໍ່ຕ້ອງເວົ້າຍ້ອນໄປມາກໍໄດ້ ຫະຫະ
໐໙:໐໗ birdflu2007dotexe: ນີ້ວ່າ ຄົນທີ່ເປັນພະ ເຫີໆໆ ຍອມນຳ
໐໙:໐໗ au8ust: ບໍ່ແມ່ນພຣະນາຄເສນກັບພະເຈົ້າມິລິນເດີ້ !555
໐໙:໐໘ birdflu2007dotexe: ຄົນທີ່ຍໍໂຕເອງວ່າເປັນພະ ປຽບໂຕເອງໃສ່ກັບພະພຸດທະເຈົ້າ ເຂົາປະຕິບັດໂຕກັນແບບນີ້ຫວາ
໐໙:໐໘ Hyde: ຖືກຕ້ອງ
໐໙:໐໙ nokKk: ພະຫຼິ້ນພັນລາວ?
໐໙:໑໐ au8ust: ພະຫຼິ້ນພັນລາວຫຼາຍກວ່າ 2 ອົງນ່ະນົກ
໐໙:໑໐ au8ust: ມາແລ້ວກໍມາ copy & paste ໄດອາຣີ່
໐໙:໑໐ DoTar: ເຈົ້າອາວາດ ລ໋ອກອີນ ບໍ່ໄດ້ ບໍ່ມີຄົນຊ່ວຍ ຫລວງພີ່ແລະ ບາດນິ
໐໙:໑໐ nokKk: ໂອ້.. ເປັນໄປລະບາດນີ້
໐໙:໑໐ au8ust: ຕັ້ງໄດອາຣີ່ຕິດໆ ກັນຫຼາຍໆ ອັນຈົນຖືກລຶບ ແລ້ວກໍບອກວ່າ ບໍ່ຮູ້ເດ້ ບໍ່ໄດ້ອ່ານກົດ (ແຕ່ກົດລະບຽບມີໃຫ້ອ່ານກ່ອນຂຽນໄດອາຣີ່ອີກ!!!)
໐໙:໑໐ birdflu2007dotexe: ໝົດວັດກະຄືຊິມີແຕ່ພະອົງນີ້ຕີ້ ປະພຶດໂຕແບບນີ້
໐໙:໑໑ birdflu2007dotexe: ເຮົາວ່າ ອົງອື່ນບໍ່ເປັນແບບນີ້ດອກ
໐໙:໑໑ birdflu2007dotexe: ເຈົ້າອາວາດເພິ່ນ ກະຄືຊິບໍ່ເປັນແບບນີ້ ເຮົາເຊື່ອແນວນັ້ນ
໐໙:໑໑ Dhammavariety: ຮູ້ພະທຸກອົງຫວາ
໐໙:໑໑ au8ust: ເອົາອີກລະ
໐໙:໑໑ au8ust: ຈົນມຸມເທື່ອໃດຖາມແຕ່ແບບນີ້
໐໙:໑໑ birdflu2007dotexe: ບໍ່ຮູ້ແຕ່ຄິດໄວ້ແບບນັ້ນ ວ່າມີແຕ່ທ່ານພະອາຈານນັ້ນແຫລະ
໐໙:໑໑ DoTar: ບໍ່ແລ້ວ ນ່ະ
໐໙:໑໑ au8ust: ສັງເກດບໍ່ເບີດ ຕ້າ
໐໙:໑໒ DoTar: ພວກເຈົ້າ
໐໙:໑໒ birdflu2007dotexe: ສັງເກດຢູ່
໐໙:໑໒ DoTar: ແມ່ນ
໐໙:໑໒ Dhammavariety: ວ່າມາຫົວໜ້າ ມີຫົວໃຈ ທີ່ເຕັມດ້ວຍ ປະຊາທິປະໄຕ ພໍ
໐໙:໑໒ au8ust: ເວລາເວົ້າເພິ່ນຈົນເພິ່ນບໍ່ຮູ້ຕອບ ເພິ່ນຈະຕອບວ່າ ບໍ່ຜິດວິໄນ, ຫຼືບໍ່ກໍຕອບວ່າ ຮູ້ໝົດຫວາ? ຫຼືບໍ່ກໍຕອບວ່າ ຂຶ້ນກັບເຈດຕະນາ
໐໙:໑໒ Dhammavariety: ວ່າມາຫົວໜ້າ ມີຫົວໃຈ ທີ່ເຕັມດ້ວຍ ປະຊາທິປະໄຕ ພໍ
໐໙:໑໓ au8ust: ປ່ຽນໄປປ່ຽນມາ ກໍມີແຕ່ອັນເກົ່າ
໐໙:໑໓ birdflu2007dotexe: ສິ່ງທີ່ຮູ້ກະຄື ເຫັນແຕ່ທ່ານພະ ນີ້ແຫລະ ປະພຶດໂຕແບບນີ້ ຢູ່ນະຕອນນີ້
໐໙:໑໓ au8ust: ລົມໄປລົມມາ ກັບມາຮອດບ່ອນເກົ່າອີກລະ =”=
໐໙:໑໓ birdflu2007dotexe: ພະອົງອື່ນຂ້າພະເຈົ້າບໍ່ຮູ້ນຳດອກ ທ່ານພະ
໐໙:໑໓ au8ust: ເຮົາວ່າຫັ້ນນະເບີດ ຖ້າຄູບາເພິ່ນປະພຶດສັງຮວມກວ່ານີ້ ຮູ້ກິລິຍາທີ່ຄວນ ຮູ້ກາລະເທສະທີ່ຄວນ ກໍຄືຊິບໍ່ມີໃຜເວົ້າໃຫ້
໐໙:໑໓ birdflu2007dotexe: ແມ່ນ
໐໙:໑໓ au8ust: ປະພຶດສັງຮວມກໍຄື ຮູ້ວ່າເວົ້າອັນໃດຄວນ ອັນໃດບໍ່ຄວນ
໐໙:໑໓ Hyde: ແມ່ນ
໐໙:໑໔ au8ust: ຮູ້ກາລະເທສະທີ່ຄວນ ກໍຄື ຮູ້ວ່າຄວນໄປເຜີຍແຜ່ທັມຢູ່ບ່ອນໃດ ຮູ້ວ່າຄວນໄປເວລາໃດ
໐໙:໑໔ birdflu2007dotexe: ຢ່າໃຫ້ຄົນອື່ນທີ່ບໍ່ແມ່ນສະມາຊິກພັນລາວມາຮູ້ນຳເລີຍ ຖ້າແມ່ນຄົນອື່ນເຂົາຄືຊິເວົ້າໃຫ້ຫລາຍກວ່ານີ້
໐໙:໑໔ au8ust: ບໍ່ແມ່ນວ່າມາຫ້ອງ chat ແລ້ວບອກວ່າມາເວົ້າທັມມະ (ຕອນ 11 ໂມງກາງຄືນຫັ້ນໃດ?)
໐໙:໑໕ birdflu2007dotexe: ຖ້າແມ່ນຜູ້ເຖົ້າຜູ້ແກ່ ເພິ່ນແຫ່ງຊິມີແນວຈົ່ມໃຫ້ພະຫລາຍກວ່ານີ້
໐໙:໑໕ Dhammavariety: ພັນລາວ ເປັນທີ່ອະໂຄຈອນຫວາ
໐໙:໑໕ DoTar: ແປວ່າ
໐໙:໑໕ DoTar: ????
໐໙:໑໕ au8ust: ທ່ານບວດໄດ້ 3 ພັນສາແລ້ວ ກໍພິຈາລະນາເອົາເຖີດທ່ານສະມະນະ
໐໙:໑໕ birdflu2007dotexe: ພັນລາວເປັນເວັບໆໜຶ່ງທີ່ນອນຢູ່ໃນເຊີເວີ້ເຄື່ອງໜຶ່ງ
໐໙:໑໖ Hyde: ຖ້າອາວຂ້ອຍກັບ ພໍ່ຕູ້ແມ່ຕູ້ຂ້ອຍມາເຫັນເພີ່ນແຮງສະຈົ່ມໃຫ້ຫລາຍກວ່າຫນິ
໐໙:໑໖ birdflu2007dotexe: ພັນລາວບໍ່ແມ່ນດວງດາວ ທີ່ຈະມາໂຄຈອນໄປມາໄດ້
໐໙:໑໖ au8ust: ຕອບຕ້າ ອະໂຄຈອນ 4 ເປັນສະຖານທີ່ທີ່ພະພຸທເຈົ້າຫ້າມບໍ່ໃຫ້ພະສົງໄປ ມີ 4 ຢ່າງ
໐໙:໑໖ au8ust: ດຽວໄປຮັບເມຍກ່ອນ ເມຍໂທມານຳ ແວັບ ແວັບ
໐໙:໑໖ DoTar: ຮືມ
໐໙:໑໗ au8ust: ດຽວ .. ລືມໄປ ເມຍເອົາລົດໄປເອງ ແລ້ວຊິໃຫ້ເຮົາໄປຮັບເຮັດຫຍັງຫວະງົງ
໐໙:໑໗ au8ust: ສົງໄສລາວລືມ ກໍເລີຍໂທມາ -_-’
໐໙:໑໗ DoTar: ພັຫ ໄປ ກິນນ້ຳ ກ່ອນ ຊ່າ
໐໙:໑໗ DoTar: ພັກ
໐໙:໑໗ birdflu2007dotexe: ສັງລວມໂຕເອງເຖາະທ່ານພະ ຖ້າຍັງຈະນຸ່ງຜ້າເຫລືອງຕໍ່ໄປ
໐໙:໑໗ Hyde: ລົດເພຕິເບາະ?
໐໙:໑໗ Hyde: ໂທກັບດຸ
໐໙:໑໗ birdflu2007dotexe: ຖ້າບໍ່ຢາກໃຫ້ຍາດໂຍມຈົ່ມໃສ່ແບບນີ້ ກໍປະພຶດຕົນໃນທາງທີ່ເໝາະກວ່ານີ້
໐໙:໑໗ DoTar: ພໍລະແລະ ບ໋ອສ
໐໙:໑໘ au8ust: ອ່ອຍ ຕະຫຼົກເມຍເຮົາເດ້ເບີດ
໐໙:໑໘ au8ust: ເອົາລົດໄປເອງລະໂທໃຫ້ເຮົາໄປຮັບ ຫະຫະ ເພິ່ນວ່າລືມ
໐໙:໑໘ au8ust: ລາວວ່າ ຢາກຊື້ Scooby-I
໐໙:໑໘ birdflu2007dotexe: ຕະຫລົກແນວໃດ
໐໙:໑໘ birdflu2007dotexe: ໂອ ຫະຫະຫະ
໐໙:໑໘ au8ust: ມັນເປັນລົດ auto ບໍ່ແມ່ນຫວາ?
໐໙:໑໘ au8ust: ເຫັນລາຄາຕັ້ງ 4 ໝື່ນ
໐໙:໑໘ birdflu2007dotexe: ແມ່ນ
໐໙:໑໘ au8ust: ເອົາໄປຊື້ Wave ດີກວ່າ = =’
໐໙:໑໘ birdflu2007dotexe: ໂອໂຕ້ເມຕິດ
໐໙:໑໘ birdflu2007dotexe: *ຕິກ
໐໙:໑໘ au8ust: ແຕ່ວ່າ ມັນອອກແບບງາມຢູ່ໃດເນາະ
໐໙:໑໙ birdflu2007dotexe: ລົດໂອໂຕ້ແຫລະສະບາຍ
໐໙:໑໙ au8ust: ດຽວຖ້າເບິ່ງ ຈີນຊິສົ່ງລົດແບບຊົງ classic ກັອບປີ້ມາຂາຍເຕັມແຫລະ ອີກສອງປີສາມປີໜ້າ ຫະຫະ
໐໙:໑໙ birdflu2007dotexe: ກັບລັງຢູ່ໃນລົດໄຟ xD
໐໙:໑໙ au8ust: ເຮົາລະບໍ່ມັກ ມັນຂີ່ໄປໄກຄືຊິບໍ່ໄດ້
໐໙:໑໙ DoTar: ຈີນບໍ່ເຮັດ
໐໙:໑໙ au8ust: ແບບລົດ Wave 120 ເຮົາ ຂັບໄປເປັນຮ້ອຍກິໂລໄດ້ສະບາຍ
໐໙:໑໙ birdflu2007dotexe: ໄດ້ໆ ມັນມີໝໍ້ນ້ຳເດ້
໐໙:໒໐ au8ust: ຖ້າເປັນພວກລົດຈັກ automatic ແບບນີ້ ຄືຊິໄປບໍ່ໄດ້ໄກ
໐໙:໒໐ DoTar: ມີແຕ່ຂອງ ເກົາຫລີ ແລະດຽວນິ
໐໙:໒໐ birdflu2007dotexe: ແຕ່ມັນໃຊ້ສາຍພານຫັ້ນຕິລະ
໐໙:໒໐ au8ust: ມີໝໍ້ນ້ຳຫວາ?
໐໙:໒໐ au8ust: ອືມມມ
໐໙:໒໐ birdflu2007dotexe: ບໍ່ໄດ້ໃຊ້ໂສ້
໐໙:໒໐ Dhammavariety: ຕາມສະບາຍປ່ຽນບັນຍາກາດ
໐໙:໒໐ DoTar: ເດ
໐໙:໒໐ au8ust: ແຕ່ສຽງມັນງຽບໃຊ້ໄດ້ໆ
໐໙:໒໐ au8ust: ສຽງແບບນຸ້ມໆ ເບົາໆ
໐໙:໒໐ Dhammavariety: ພະໄປກ່ອນ ເດີ ບາຍໆໆ ທຸກໆທ່ານ ທີ່ເຄົາລົບຮັກ
———————————————————————————–



ຈັ່ງແມ່ນຍາວໆ